ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການກອງທັບ ເປີດການແຂ່ງຂັນກິລາມວນຊົນ


     ວັນທີ 21 ພະຈິກ 2023 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ເປີດຂະບວນການແຂ່ງຂັນກິລາ ມວນຊົນ ເພື່ອຂໍ່ານັບຮັບຕ້ອນ
ວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 75 ປີ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ກຳມະການ
ຄະນະພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າ ກົມ ໃຫຍ່ເສນາທິການກອງທັບ, ມີ ຄະນະພັກ-ຄະນະບັນຊາ, ກົມ, ຫ້ອງການ,
ກອງ, ຄະນະຮັບຜິດຊອບຕະຫຼອດ ຮອດນັກກິລາ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

     ສະຫາຍ ພັນເອກ ເທບພະພອນ ຫອມດີ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການ ກອງທັບ ໄດ້ຜ່ານແຜນການສ້າງ
ຂະບວນການແຂ່ງຂັນກິລາມວນຊົນ ເພື່ອຂ່ຳນັບຮັບຕ້ອນ ວັນສ້າງຕັ້ງກອງທັບປະຊາຊົນ ລາວ ຄົບຮອບ 75 ປີ, ເປັນການຂ່ຳນັບຊົມ
ເຊີຍ, ເອກອ້າງທະນົງໃຈຕໍ່ຜົນງານ ແລະ ໄຊຊະນະຂອງຊາດ, ຂອງ ກອງທັບ ທີ່ຍາດມາໄດ້ຢ່າງໝັ້ນຄົງທະນົງແກ່ນ ໃນການປົກປັກ
ຮັກສາ, ສ້າງສາພັດທະນາປະເທດຊາດ ໃນປັດ ຈຸບັນ ແລະ ເຕົ້າໂຮມຄວາມສາມັກຄີປອງດອງພາຍ ໃນບັນດາຫ້ອງການ, ກົມກອງ,
ພະນັກງານ-ນັກຮົບ ໃນທົ່ວກົມໃຫຍ່ເສນາທິການກອງທັບ ໃຫ້ມີຄວາມແໜ້ນແຟ້ນຍິ່ງໆ ຂຶ້ນ ແລະ ສ້າງໃຫ້ໄດ້ບັນຍາກາດຟົດຟື້ນ
ເບີກບານມ່ວນຊື່ນ, ເຕັມໄປດ້ວຍຄວາມໝາຍຄວາມສຳຄັນ ໂດຍຕິດພັນກັບການເຄື່ອນໄຫວ ເຮັດໜ້າທີ່ປ້ອງ ກັນຊາດ-ປ້ອງກັນຄວາມ
ສະຫງົບທົ່ວປວງຊົນຮອບດ້ານຢ່າງກວ້າງຂວາງ ແລະ ເປັນການເລືອກເຟັ້ນເອົານັກ ກິລາ ທີ່ດີເດັ່ນ, ມີພອນສະຫວັນ ແລະ ມີຄຸນນະ
ພາບໃນແຕ່ລະກົມກອງ, ເຫຼົ່າຮົບມາເຕົ້າໂຮມເປັນທີມຂອງ ກົມໃຫຍ່ເສນາທິການກອງທັບ ເຊິ່ງການແຂ່ງຂັນກິລາໃນຄັ້ງນີ້ ມີປະເພດ
ກິລາຄື: ກິລາບານສົ່ງຊາຍ, ບານສົ່ງຍິງ, ກິລາເປຕັງຊາວໜຸ່ມຊາຍ, ເປຕັງຊາວໜຸ່ມຍິງ, ເປຕັງອາວຸໂສ, ກິລາກະຕໍ້, ກິລາການທະຫານ
ນັກຮົບ ແຂງແຮງ ແລະ ກິລາການທະຫານແລ່ນມ້າງປະກອບອາວຸດ ໃນນີ້, ບັນດາກົມ, ຫ້ອງການ, ກອງໄດ້ສົ່ງນັກ ກິລາເຂົ້າຮ່ວມທັງ
ໝົດ 1.004 ສະຫາຍ, ຍິງ 305 ສະຫາຍ, ເຊິ່ງກິລາບານສົ່ງຊາຍມີ 16 ທີມ, ບານສົ່ງຍິງ 8 ທີມ, ກະຕໍ້ 13 ທີມ, ເປຕັງ ຊາວໜຸ່ມ
ຊາຍ 50 ທີມ, ເປຕັງ ຊາວໜຸ່ມ ຍິງ 41 ທີມ, ເປຕັງ ອາວຸໂສ 50 ທີມ, ກິລາການທະຫານນັກຮົບແຂງແຮງ 10 ທີມ ແລະ ກິລາ
ການທະຫານແລ່ນມ້າງປະກອບອາວຸດ 15 ທີມ.

     ໂອກາດນີ້, ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ໄດ້ກ່າວເປີດຂະບວນການແຂ່ງຂັນກິລາມວນຊົນ ພ້ອມທັງເນັ້ນໜັກໃຫ້ຄະນະ
ຮັບຜິດຊອບ, ນັກກິລາແຕ່ລະ ສະຫາຍ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນເຂົ້າ ຮ່ວມການແຂ່ງຂັນຢ່າງເປັນຂະບວນການ, ກຳມະ
ການຜູ້ຕັດສິນຈົ່ງມີຄວາມຍຸຕິທຳ ໃນການໃຫ້ຄະແນນ ພ້ອມ ນັ້ນນັກກິລາ ຕ້ອງມີລະບຽບວິໄນ, ເຄົາລົບກົດກະຕິກາຂອງການແຂ່ງ
ຂັນປະຕິບັດໂມງເວລາຢ່າງເຂັ້ມງວດ ເພື່ອເຮັດໃຫ້ຂະບວນການແຂ່ງຂັນກິລາມີຄວາມ ຟົດຟື້ນ ເບີກບານ ມ່ວນຊື່ນ ແລະ ຮັກສາໄດ້
ຄວາມສະຫງົບ ປອດໄພ 100 %, ພ້ອມດຽວກັນນີ້ ປະທານ ຍັງໄດ້ສຳພັດມືກັບນັກກິລາ ແລະ ຊົມການແຂ່ງຂັນລະຫວ່າງ ໂຮງຮຽນ
307 ກັບ ໂຮງຮຽນເຫຼົ່າຮົບຊ່າງແສງ 506 ຕື່ມອີກ.

ແຫຼ່ງຂ່າວໂດຍ ພຸດທະວອນ
ວັນທີ 22/11/2023